Lao Antivirus Help

• ຕົວຊ່ວຍອື່ນໆ

ຕົວຊ່ວຍອື່ນໆ ແມ່ນພາກສ່ວນໜື່ງຂອງໂປຣແກຣມທີ່ເພີ່ມຄວມສາມາດໃນການກວດກາບັນດາໄຟຕ່າງໆແລະ Startup ຂອງໂປຣແກຣມຕ່າງໃນວິນໂດວນອກຈາກນັ້ນຍັງສາມາດແກ້ໄຂບາງຫັນຫາທີ່ໄວຣັສໄດ້ສ້າງຄ່າໄວ້ແລະ ເຮົາສາມາດລົບຄ່ານັ້ນອອກໄດ້ ເຊີ່ງມີລາຍການດັ່ງນີ້:

- Processes ແມ່ນບັນດາໂປຣແກຣມທີ່ກຳລັ່ງໃຊ້ງານຢູ່ເຮົາສາມາດຮູ້ທີ່ຢູ່ຂອງໄຟລແລະ ສາມາດປິດການໃຊ້ງານໃນຕອນນັ້ນໄດ້ດ້ວຍການເລືອກຊື່ໂປຣແກຣມແລ້ວໃຊ້ຄຳສັ່ງ Kill Process

- StartUp ແມ່ນລາຍການຂອງໂປຣແກຣມທີ່ຢູ່ໃນ Startup ເຊື່ງໂປຣແກຣມເຫລົ່ານີ້ຈະເປີດໃຊ້ງານທຸກຄັ້ງຕອນເຮົາເປີດຄອມພີວເຕີແລະພ້ອມບອກທີ່ຢູ່ຂອງໄຟລພ້ອມເຊື່ງເຮົາ ສາມາດບໍ່ໃຫ້ໂປຣແກຣມໃດໜື່ງໃນນີ້ເປີດໃຊ້ໃນຕອນເປີດເຄື່ອງເຮົາສາມາດເລືອກໂປຣແກຣມໃນ ລາຍການແລ້ວ ກົດຄຳສັ່ງ Delete ອອກ

- - Registry ໃນພາກສ່ວນນີ້ແມ່ນເປັນການແກ້ໄຂບັນຫາທີ່ໄວຣັສມັກທີ່ຈະມາສ້າງຄ່າໃສ່ທີ່ນີ້ເຊື່ງເຮັດໃຫ້ຜູ້ໃຊ້ຕ້ອງໄດ້ແກ້ໄຂ ເຊັ່ນ:

ຖືກໄວຣັສທີ່ເຮັດໃຫ້ເຮົາໃຊ້ໂປຣແກຣມ Regedit.exe ບໍ່ໄດ້ ຫລື ເຮັດໃຫ້ Folder Options ໃນເມນູ Tools ຂອງ Explorer ຖືກເຊື່ອງໄວ້ ສະນັ້ນຕົວຊ່ວຍນີ້ສາມາດແກ້ບັນຫານີ້ໄດ້ພຽງແຕ່ວ່າໃນລາຍການນີ້ຫາກມີຕົວໃດຕິກໝາຍຖືກໄວ້ນັ້ນໃຫ້ທ່ານຕິກໝາຍ ນັ້ນອອກກໍ່ໄດ້ແລ້ວຫລັງຈາກນັ້ນກໍ່ Restart Windows ບັນຫາກໍ່ຈະຖືກແກ້ໄຂແລ້ວ

- Winlogon ແມ່ນພາກສ່ວນທີ່ສຳຄັນຂອງວິນໂດວໂປຣແກຣມນີ້ຈະຖືກໃຊ້ງານທຸກຄັ້ງເວລາເປີດເຄື່ອງເຊື່ງຈະເຫັນ ດັ່ງໃນຮູບລຸ່ມນີ້ແມ່ນຄ່າປົກກະຕິແລ້ວ ຖ້າຫາກວ່າມີການປ່ຽນແປງຕ່າງຈາກຮູບນີ້ໃຫ້ທ່ານກົດ ຄຳສັ່ງ Default ເພື່ອຕັ້ງຄ່າປົກກະຕິ

- Shell Cmd ແມ່ນການຕັ້ງຄ່າຂອງວິນໂດວທີ່ມີມານຳວິນໂດວທີ່ມີຄ່າປົກກະຕິດັ່ງໃນຮູບລຸ່ມນີ້ ແຕ່ຖ້າຫາກມີການປ່ຽນແປງຄ່າຕ່າງຈາກໃນຮູບນັ້ນແມ່ນສ່ວນຫລາຍຈະຖືກແກ້ໄຂດ້ວຍໄວຣັສ ສະນັ້ນເຮົາສາມາດສ້າງຄ່າປົກກະຕິໄດ້ດ້ວຍການໃຊ້ຄຳສັ່ງ Default