• ປັບປຸງຂໍ້ມູນ
ເປັນບ່ອນທີ່ເພີ່ມຂໍ້ມູນໃໝ່ຂອງໄວຣັສເພື່ອໃຫ້ໂປຣແກຣມນີ້ສາມາດຈັບໄດ້ໄວຣັສໃໝ່ໆ ໃນທີ່ນີ້ໂປຣແກຣມຈະລາຍງານບອກຈຳນວນໄວຣັສທີ່ໂປຣແກຣມສາມາດຈັບໄດ້ພ້ອມທັງວັນທີ່ປັບປຸງລ່າສຸດ ແລະມີຄຳສັ່ງ 3 ຄຳສັ່ງ ໃນການອັບເດດຖານຂໍ້ມູນໄວຣັສ
- ເພີ່ມໄວດ້ວຍຜູ້ໃຊ້ ເປັນການອັບເດດດ້ວຍຕົວທ່ານເອງຖ້າວ່າທ່ານຫາກຮູ້ວ່າໄຟລໃດທີ່ເປັນໄວຣັສແຕ່ໂປຣແກຣມ ຍັງບໍ່ທັນຈັບໄດ້ ມີວີທີການໃຊ້ດັ່ງນີ້:
1. ກົດ ເພີ່ມໄວຣັສດ້ວຍຜູ້ໃຊ້ເອງ ແລ້ວມີພອມອອກມາດັ່ງນີ້:
2. ກົດ Select File ຫລັງຈາກນັ້ນຈະມີພອມທີ່ໃຫ້ທ່ານເລືອກຫາໄຟລທີ່ທ່ານຕ້ອງການ
3. ຖ້າເລືອກໄດ້ແລ້ວ ກົດ Open ແລ້ວຈະກັບມາພອມທຳອິດ
4. ເມື່ອຕັ້ງຊື່ໄວຣັສໄດ້ແລ້ວ ໃຫ້ທ່ານກົດ Save ຫລັງຈາກ Save ແລ້ວທ່ານຈະເຫັນລາຍການໄວຣັສທີ່ທ່ານເພີ່ມເຂົ້າໃໝ່ທີ່ Virus list ທາງຊ້າຍມື
- ປັບປຸງທາງໄຟລອັບເດດ ເປັນການອັບເດດໂດຍທີ່ທ່ານໄປດາວໂລດເອົາໄຟລອັບເດດໃນເວັບໄຊແລ້ວກອບປີມາໃຊ້ໂດຍທີ່ໂປຣ ແກຣມບໍ່ໄດ້ຕໍ່ກັບອິນເຕີເນັດກໍ່ໄດ້ ມີວິທີດັ່ງນີ້:
1. ເຂົ້າໄປທີ່ເວັບໄຊ http://laoav.pt.nu , http://laoav.byinter.net , http://loadlaoav.googlepages.com
2. ເມື່ອເຂົ້າເວັບໄດ້ແລ້ວໃຫ້ທ່ານສະໝັກເປັນສະມາຊິກຂອງເວັບແລ້ວ Login ເພື່ອດາວໂລດເອົາໄຟອັບເດດ ທ່ານຕ້ອງເລືອກໃຫ້ຖືກກັບເວີເຊີນ
3. ຫລັງຈາກດາວໂລດໄຟລອັບເດດມາແລ້ວ ມາທີ່ອັບເດດຂໍ້ມູນ ແລ້ວກົດ ປັບປຸງທາງໄຟລອັບເດດ ແລ້ວຈະມີພອມດັ່ງນີ້:

4. ຄຣິກທີ່ປຸ່ມ ເປີດໄຟລ ແລ້ວໄປເປີດໂຟນເດີຫລືຊ່ອງທີ່ທ່ານເກັບໄຟລອັບເດດໄວ້ ເຊື່ງໄຟລອັບ ເດດຕ້ອງເປັນຊື່ຄືໃນຮູບລຸ່ມນີ້:
5. ເມື່ອເລືອກໄຟລອັບເດດໄດ້ແລ້ວ ກົດ Open ແລ້ວກັບມາພອມເກົ່າ

6. ກົດ ປັບປຸງ ແລ້ວໂປຣແກຣມຈະເລີ່ມອັບເດດ ແລະຈະລາຍງານການອັບເດດສຳເລັດແລ້ວ
- ປັບປຸງທາງອິນເຕີເນັດ
1. ກົດທີ່ ປັບປຸງທາງອີນເຕີເນັດ ແລ້ວຈະມີພອມນີ້ອອກມາດັ່ງນີ້
2. ກົດ ປັບປຸງ ຫລັງຈາກນັ້ນໂປຣແກຣມຈະດາວໂລດໄຟລອັບເດດທັນທີແລະຖ້າຈົນການອັບເດດສຳເລັດ