• ການຕັ້ງຄ່າ
ການຕັ້ງຄ່າໂປຣແກຣມນີ້ແມ່ນເປັນການກຳນົດຄ່າສຳລັບການເຮັດວຽກຂອງໂປຣແກຣມນີ້ເຊື່ງມີການກຳນົດຄ່າດັ່ງນີ້:
- ໂອໂຕຫາໄວຣັສ ແມ່ນກຳນົດໃຫ້ໂປຣແກຣມຄົ້ນຫາຈັບໄວຣັສຕະຫລອດເວລາທີ່ກຳລັງໃຊ້ງານຄອມຢູ່ນັ້ນ
- ກຳນົດໃຫ້ເປີດໂປຣແກຣມເມື່ອຄອມພິວເຕີເປີດ ການກຳນົດນີ້ແມ່ນໃຊ້ຕັ້ງໃຫ້ໂປຣແກຣມ ນີ້ເປີດເອງເມື່ອເຮົາເປີດຄອມ
- ໂອໂຕຫາໄວຣັສໃນເວລາ ນີ້ແມ່ນເຮົາຕັ້ງເວລາໃຫ້ໂປຣແກຣມຄົ້ນຫາເອງຕາມທີ່ກຳນົດນັ້ນ
- ຖ້າພົບໄວຣັສເວລາຄົ້ນຫາໃຫ້ລົບອອກທັນທີ ແມ່ນຈະລົບໄວຣັສເລີຍເມື່ອຄົ້ນພົບໃນຕອນສະ ແກນໄວຣັສ
- ປັບປຸງຖານຂໍ້ມູນໂດຍອັດຕະໂນມັດ ແມ່ນໃຊ້ໄດ້ເມື່ອຄອມຕໍ່ກັບອິນເຕີເນັດຕະຫລອດເວລາ ໂປຣແກຣມຈະດາວໂລດເອົາຕົວອັບເດດເອງ
- ເປີດສຽງເຕືອນເວລາພົບໄວຣັສ ແມ່ນກຳນົດສຳລັບໃຊ້ເປີດຫລືປິດສຽງເຕືອນຕອນໂປຣແກຣມ ພົບໄວຣັສຖ້າທ່ານບໍ່ຕ້ອງການໃຫ້ມີສຽງກໍ່ສາມາດຕິກເຄື່ອງໝາຍຖືກອອກ
- ຖ້າພົບໄວຣັສກັກຂັງໄວ້ກ່ອນ ແມ່ນກຳນົດໃຫ້ໂປຣແກຣມເມື່ອພົບໄວຣັສແລ້ວໂປຣແກຣມຈະຈັບໄວຣັສນັ້ນມາເກັບໄວ້ທີ່ນີ້ກ່ອນເພື່ອເປັນການ ສຳຮອງໄປນຳເມື່ທ່ານຕ້ອງການນຳໄປໃຊ້ຄືນກໍ່ສາມາດເຮັດໄດ້
- ກວດພຶດຕິກຳຂອງໄຟອາດແມ່ນໄວຣັສ ແມ່ນກຳນົດໃຫ້ໂປຣແກຣມກວດຈັບໄຟທີ່ວ່າໜ້າຈະເປັນໄວຣັສເຊັ່ນໄຟລທີ່ມີການກອບປີຕົວເອງອອກເປັນຫລາຍຕົວໃນ ລັກສະນະຄ້າຍຄືໄວຣັສແລ້ວໂປຣແກຣມຈະລາຍງານໃຫ້ທ່ານພິຈາລະນາໃນການລົບໄຟລດັ່ງກ່າວທັນທີ່
- ກວດການສ້າງຄ່າໂອໂຕເປີດໂປຣແກຣມ ແມ່ນກຳນົດໃຫ້ໂປຣແກຣມສະແກນແລະປົກປ້ອງການສ້າງຄ່າໂອໂຕຣັນໃນ Registry ແລະ ໂພນເດີ Startup ນອກຈາກນັ້ນໂປຣແກຣມຍັງປ້ອງກັນການສ້າງຄ່າໂອໂຕຣັນໃນຊອ່ງ Removable Drives ຈາກໄຟ Autorun.inf ນຳອີກ