Lao Antivirus Help

• ການລົບໄວຣັສ

ເມື່ອການສະແກນຫາໄວຣັສໄດ້ພົບໄວຣັສແລ້ວໂປຣແກຣມຈະລາຍງານອອກໃຫ້ເຫັນທີ່ ລາຍການພົບໄວຣັສ ດັ່ງຮູບລຸ່ມນີ້:

ໃນຄຳສັ່ງການລົບໄວຣັສນີ້ແມ່ນມີ 2 ຄຳສັ່ງດ້ວຍກັນຄື: ລົບທັງຫມົດ ແລະ ລົບທີ່ເລືອກ

- ລົບທັງຫມົດ ແມ່ນຄວາມໝາຍວ່າລົບໄວຣັສທີ່ຄົ້ນພົບໄດ້ທັງຫມົດນັ້ນອອກຈາກຄອມພິວເຕີ

- ລົບທີ່ເລືອກ ແມ່ນລົບແຕ່ໄວຣັສທີ່ທ່ານຕ້ອງການລົບເທົ່ານັ້ນດ້ວຍການເລືອກເອົາໃນລາຍການໄວຣັສ

ຂັ້ນຕອນການລົບໄວຣັສ

1. ກົດປຸ່ມ ລົບທັງຫມົດ ຫລື ລົບທີ່ເລືອກ ທີ່ຕ້ອງການແລ້ວໂປຣແກຣມຈະລາຍງານບອກໃຫ້ຢືນຢັນການລົບດັ່ງນີ້:

2. ກົດປຸ່ມຕົກລົງ ໂປຣແກຣມຈະທຳການລົບໄວຣັສທັນທີ່ ເມື່ອການລົບສຳເລັດແລ້ວໂປຣແກຣມຈະລາຍງານອີກຄັ້ງບອກໃຫ້ຮູ້ວ່າການລົບນີ້ແມ່ນສຳເລັດ ແລ້ວຫລັງຈາກ ນັ້ນກໍ່ກົດປຸ່ມ ຕົກລົງ