Lao Antivirus Help

• ການຄົ້ນຫາໄວຣັສ

ເປັນການສະແກນຫາໄວຣັສຕ່າງໆທີ່ຢູ່ໃນຄອມພິວເຕີມີວິທີການໃຊ້ດັ່ງນີ້: ໃນ Desktop ຈະເຫັນ Icon ຂອງໂປຣແກຣມສະແກນໄວຣັສດັ່ງຮູບລຸ່ມນີ້

1. ໃຫ້ດັບເບີ້ນຄຣີກທີ່ ໄອຄອນຂອງໂປຣແກຣມ Lao antivirus ແລ້ວຈະໄດ້ເຫັນດັ່ງຮູບນີ້

2. ເລືອກຊ້ອງທີ່ທ່ານຕ້ອງການຄົ້ນຫາໄວຣັສ ຕົວຢ່າງ ຖ້າຕ້ອງການຄົ້ນຫາໄວຣັສໃນຊ້ອງ C: ແມ່ນໃຫ້ເລືອກເປັນຊ້ອງ C:

- ສຳລັບຊ້ອງ All Drives ຖ້າທ່ານຫາກຕ້ອງການໃຫ້ໂປຣແກຣມຄົ້ນຫາໄວຣັສໃນຄອມຂອງທ່ານທຸກຊ້ອງທ່ານສາມາດເລືອກເອົາຕົວນີ້ໄດ້

3. ແມ່ນເລືອກປະເພດໄຟລທີ່ຕ້ອງການສະແກນເຊື່ງຈະມີ 3 ແບບໃຫ້ເລືອກສຳລັບສະແກນ

- Document Files ແມ່ນໄຟລປະເພດເອກະສານຕ່າງໆເຊັ່ນໄຟລຂອງໂປຣແກຣມ Microsoft Office ຫລືໄຟລ Text ຕ່າງໆ

- Program Files ແມ່ນໄຟລປະເພດໂປຣແກຣມທີ່ Run ໃນ ວິນໂດວເຊັ່ນໄຟລທີ່ມີນາມສະກຸນດັ່ງນີ້ເປັນຕົ້ນ EXE,SCR,BAT,COM,DLL,OCX,PIF ແລະອື່ນໆ

- All Files ແມ່ນເປັນການລວມເອົາທັງ 2 ຢ່າງເທີ່ງນັ້ນລວມກັນຫລືວ່າອີກແບບແມ່ນການສະແກນໄດ້ທຸກປະເພດໄຟລ

4. ເມື່ອເລືອກໄດ້ແລ້ວຕາມທີ່ຕ້ອງການສະແກນແລ້ວໃຫ້ກົດປຸ່ມ ຄົ້ນຫາ ຫລັງຈາກນັ້ນໂປຣແກຣມຈະເລີ່ມຄົ້ນຫາໄວຣັສທັນທີ່ແລະຈະລາຍງານຜົນການຄົ້ນຫາເປັນໄລຍະດັ່ງຮູບ

ເມື່ອການຄົ້ນຫາສຳເລັດແລ້ວໂປຣແກຣມຈະລາຍງານໃຫ້ຮູ້ດັ່ງຮູບ